1 ມື້ ລ່ອງເຮືອ ແລະ ຫາປາກັບໃກ້ທ້ອງຖິ່ນ
1 ມື້ ລ່ອງເຮືອ ແລະ ຫາປາກັບໃກ້ທ້ອງຖິ່ນ
ຫຼວງພະບາງ
ການທ່ອງທ່ຽວເລີ່ມຕົ້ນຈາກ 9:00 ໂມງເຊົ້າ ສົ່ງຈາກເມືອງໄປແມ່ນ້ຳອູ ທີ່ພວກເຮົາເລີ່ມພາຍແຜໄມ້ໄຜ່ໃຊ້ເວລາປະມານ 1 ຊົ່ວໂມງໂດຍລົດຕູ້ນ້ອຍ ຫຼື ຕຸກຕຸກ, ຈາກນັ້ນທ່ານສາມາດເລີ່ມຂີ່ແພໄຜ່ໃນແມ່ນ້ຳອູ, ແຜໄມ້ໄຜ່ຂອງພວກເຮົາສາມາດບັນທຸກໄດ້ 6-8 ຄົນ ການທ່ອງທ່ຽວນີ້ພວກເຮົາສຸມໃສ່ຄົນທີ່ມັກພັກຜ່ອນແລະຕົກປາ. ພວກເຮົາຈະໃຫ້ທ່ານຕົກປາກັບຄູ່ນຳທ້ອງຖິ່ນຂອງພວກເຮົາທີ່ມີປະສົບການຫຼາຍກ່ຽວກັບການຕົກປາ, ມີຫຼາຍວິທີໃນການຈັບປາ ແຕ່ຄູ່ນຳຂອງພວກເຮົາຈະສະແດງແລະສອນທ່ານວິທີຈັບປາໂດຍການໃຊ້ແຫແລະເບັດ, ມັນກໍ່ຂຶ້ນກັບລະດູການ ຫຼື ຖ້າທ່ານໂຊກດີທ່ານຈະໄດ້ປາ ເມື່ອທ່ານຈັບປາໄດ້ແລ້ວ ທ່ານສາມາດຈູດໄຟແລະປີ້ງສຳລັບເຂົ້າທ່ຽງຂອງທ່ານໃນຫາດຊາຍທີ່ມີທິວທັດສວຍງາມ, ຫຼັງຈາກກິນເຂົ້າທ່ຽງແລ້ວ ທ່ານສາມາດພັກຜ່ອນ ຈາກນັ້ນສືບຕໍ່ຕົກປາແລະເພີດເພີນກັບການລອຍແກ້ວຈົນກວ່າຕາເວັນຕົກ 17:30 – 18:00 ໂມງແລງ ສິ້ນສຸດການທ່ອງທ່ຽວ. (ຖ້າທ່ານຕ້ອງການປາຫຼາຍກວ່ານີ້ ທ່ານຄວນຕັ້ງແຄ້ມຄ້າງຄືນນັ້ນຈະດີກວ່າ). ຂອບໃຈ


ເວລາ | ກິດຈະກຳ |
---|---|
9:00 | ຮັບສົ່ງຈາກຫ້ອງການ ຫຼື ຢູ່ໂຮງແຮມຂອງທ່ານ |
10:00 | ເລີ່ມລອຍແພແລະຕົກປາ |
12:00 | ກິນເຂົ້າທ່ຽງຢູ່ຫາດຊາຍທີ່ມີທິວທັດສວຍງາມແລະພັກຜ່ອນ |
13:30 | ສືບຕໍ່ຕົກປາແລະລອຍແພ |
17:00 | ເບິ່ງຕາເວັນຕົກດິນ |
19:00 | ກັບເມືອງຫຼວງພະບາງ |
