1ມື້, ປັ່ນລົດຖີບ ແລະ ພາຍເຮືອຄາຍັກໄປນ້ຳຕົກ
"ຕາດແສ້"
(ຫຼວງພະບາງ)
1ມື້, ປັ່ນລົດຖີບ ແລະ ພາຍເຮືອຄາຍັກໄປນ້ຳຕົກ "ຕາດແສ້"
ຫຼວງພະບາງ
ການທ່ອງທ່ຽວນີ້ລວມເອົາການຂີ່ລົດຖີບແລະການຫຼີ້ນເຮືອກາຢັກໄປເຖິງນ້ຳຕົກທີ່ງາມທີ່ສຸດແຫ່ງໜຶ່ງຢູ່ພາກເໜືອຂອງລາວ. ທ່ານຈະອອກຈາກເມືອງຫລວງພະບາງດ້ວຍລົດຖີບ. ຖີບໄປທາງຫົນທາງດິນເຊິ່ງຈະພາທ່ານຜ່ານປ່າຫນາແໜ້ນໄປຕາມແມ່ນ້ຳຂອງ. ຈະຜ່ານບ້ານຜານົມ ບ້ານທີ່ມີຊື່ສຽງໃນການຖັກແສ່ວແລະຫັດຖະກຳດ້ວຍມື. ໃກ້ເວລາທ່ຽງທ່ານຈະມາຮອດນ້ຳຕົກຕາດແສທີ່ແສນງາມ. ຫຼັງຈາກໄດ້ລົງອາບນ້ຳເພື່ອຄາຍຮ້ອນຢູ່ໃນນ້ຳທຳມະຊາດກ້ອງນ້ຳຕົກແລ້ວ ທ່ານຈະພ້ອມສຳລັບການຜະຈົນໄພພາຍເຮືອກາຢັກລົງແມ່ນ້ຳຂອງທີ່ບໍລິສຸດ ທ່າມກາງທິວທັດພູເຂົາທີ່ສວຍງາມ. ການເດີນທາງນີ້ຈະສະແດງໃຫ້ທ່ານເຫັນທຳມະຊາດທີ່ງົດງາມຢູ່ອ້ອມຂ້າງເມືອງຫລວງພະບາງຈາກເທິງລົງລຸ່ມຜ່ານການຂີ່ລົດຖີບແລະພາຍເຮືອກາຢັກ ພ້ອມດ້ວຍການແວະຢ້ຽມຊົມນ້ຳຕົກຕາດແສ້ທີ່ງົດງາມ. ທ່ານຈະໄດ້ສຳຫຼວດສິ່ງທີ່ດີທີ່ສຸດຂອງພາກເໜືອຂອງລາວ.
ເວລາ | ກິດຈະກຳ |
---|---|
9:00 | ພວກເຮົາຈະເລີ່ມຕົ້ນຈາກຫ້ອງການຂອງພວກເຮົາ ແລະ ຂີ່ລົດຖີບຢູ່ເທິງຖະໜົນດິນຜ່ານ ປ່າໄຜ່ແລະບ້ານຕ່າງໆ |
11:00 | ເລີ່ມຕົ້ນຂີ່ເຮືອຄາຢັກຢູ່ແມ່ນ້ຳຄານ |
11:20 | ມາຮອດນ້ຳຕົກ, ອາບນຳ້ຕົກຕາດນ້ຳ ແລະ ກິນເຂົ້າທ່ຽງ |
13:30 | ສືບຕໍ່ຂີ່ເຮືອຄາຢັກ |
16:00 | ກັບຄືນເມືອງໂດຍລົດຕູ້ ກະລຸນາສັງເກດວ່າເວລາສາມາດ ປ່ຽນແປງໄດ້ຕາມສະຖານະການ |

