ຈຸດໝາຍປາຍທາງຍອດນິຍົມຕາມລະດູການ

ໜອງຂຽວ ແລະ ເມືອງງອຍເກົ່າ: ສົມບັດທາງທໍາມະຊາດຂອງພາກເໜືອປະເທດລາວ"

ຫຼວງພະບາງ

ຫນອງຂຽວເປັນໝູ່ບ້ານນ້ອຍໆ ທີ່ຕັ້ງຢູ່ຕາມແຄມແມ່ນໍ້າອູ ໃນແຂວງຫຼວງພະບາງ ລ້ອມຮອບໄປດ້ວຍພູຜາທີ່ສູງສົງ ແລະ ພືດປ່າທີ່ຂຽວສົດງົດງາມ ເມືອງນ້ອຍໆແຄມແມ່ນໍ້າແຫ່ງນີ້ເປັນສະຖານທີ່ຍອດນິຍົມຂອງນັກທ່ອງທ່ຽວທີ່ຕ້ອງການຫຼີກໜີຈາກຄວາມວຸ່ນວາຍ ແລະ ກັບຄືນໄປສູ່ທຳມະຊາດ.

ກິດຈະກຳທີ່ນິຍົມໃນຫນອງຂຽວໄດ້ແກ່:

  • ການຍ່າງປ່າໄປທີ່ຈຸດຊົມວິວຫນອງຂຽວ ເພື່ອເບິ່ງທິວທັດໂດຍລອບຂອງໝູ່ບ້ານ ແລະ ແມ່ນ້ຳທາງດ້ານລຸ່ມ.
  • ລ່ອງເຮືອ ຫຼື ພາຍເຮືອຄາຍັກໃນແມ່ນ້ໍາອູ

  • ຢ້ຽມຢາມບ້ານຊົນເຜົ່າໃກ້ໆ ເພື່ອຮຽນຮູ້ວັດທະນະທຳ ແລະ ວິຖີຊີວິດທ້ອງຖິ່ນ

  • ພັກຜ່ອນຕາມເຮືອນພັກ ຫຼື ໂຮມສະເຕແຄມແມ່ນ້ຳ ແລະຊົມວິວພະທິດຕົກທ່າມກາງພູເຂົາ

ຈາກຫນອງຂຽວ ນັກທ່ອງທ່ຽວຈໍານວນຫຼາຍໄດ້ເດີນທາງໄປຕໍ່ດ້ວຍເຮືອຫາງຍາວເພື່ອໄປຍັງເມືອງງອຍເກົ່າ ເຊິ່ງເປັນບ້ານນ້ອຍໆທີ່ມີສະເຫນ່ ແລະ ຫ່າງໄກ ເຊິ່ງຢູ່ຕົ້ນນ້ຳຂອງແມ່ນ້ຳອູ ດ້ວຍການທີ່ບໍ່ມີຖະໜົນເຂົ້າຮອດ ເມືອງງອຍເກົ່າເກົ່າຈຶ່ງເປັນສະຖານທີ ທີ່ງຽບສະຫງົບແລະ ສຳພັດກັບທຳມະຊາດຢ່າງແທ້ຈິງຫຼາຍຂຶ້ນ.

ເມື່ອມາຮອດເມືອງງອຍເກົ່າແລ້ວ ກິດຈະກຳທີ່ນິຍົມປະກອບມີ:

  • ຍ່າງປ່າຜ່ານນາເຂົ້າ ແລະ ຫ້ວຍນ້ຳນ້ອຍ ໄປຖ້ຳກ່າງ ເຊິ່ງເຄີຍເປັນສະຖານທີລົບໄພໃນຊ່ວງສົງຄາມ
  • ຢ້ຽມຊົມໝູ່ບ້ານໃກ້ຄຽງເຊັ່ນ: ບ້ານນາ,ບ້ານຫາດຊາວ ທີ່ຍັງຄົງຮັກສາວິຖີຊີວິດແບບດັ່ງເດີມໄວ້.
  • ພັກທີ່ໂຮມສະເຕທີ່ລຽບງ່າຍ ທີ່ມີວິວສວຍງາມຂອງແມ່ນ້ຳ ແລະ ພູເຂົາທີ່ອ້ອມຮອບ.
  • ພັກຜ່ອນແຄມແມ່ນ້ຳ ອ່ານໜັງສື ຫຼື ຈິບກາເຟ ພ້ອມດື່ມດ່ຳ ກັບບັນຍາກາດອັນງຽບສະຫງົບ.

ແພັກເກັດແນະນຳ ໃນ ເມືອງງອຍ

ຕິດຕໍ່ພວກເຮົາ

ທີ່ຢູ່:

 

 Dokchampa Travel and Galaxy Tour
ບ້ານປ່າຂາມ, ຖະໜົນອຸ່ນຄຳ, ເມືອງຫຼວງພະບາງ

V4RM+84G, Khem Khong, Luang Prabang. Laos