ທ່ຽວສ່ວນຕົວດ້ວຍລົດຕູ້ / ລົດໃຫຍ່ +ເຮືອຊ້າ
3 ມື້ / 2 ຄືນ : ທ່ຽວສ່ວນຕົວດ້ວຍລົດຕູ້ / ລົດໃຫຍ່ +ເຮືອຊ້າ
ໜອງຂຽວ (ຫຼວງພະບາງ)
ມື້ | ກິດຈະກຳ |
---|---|
ມື້ທີ 1 | ຂຶ້ນລົດຕູ້/ລົດສ່ວນຕົວໄປເຂື່ອນປະມານ 2 ຊົ່ວໂມງ ແລ້ວຂຶ້ນເຮືອ 2 ຊົ່ວໂມງໄປ ໜອງຂຽວ ເພື່ອພັເວິນລາກຢູ່ດອກຈຳປານິເວີວິລລາ 1 ຄືນ ລວມອາຫານທ່ຽງແລະອາຫານແລງ. |
ມື້ທີ 2 | ຫລັງຈາກກິນເຂົ້າເຊົ້າແລ້ວ ພວກເຮົາຈະຂຶ້ນເຮືອໄປຢ້ຽມຊົມບ້ານທ້ອງຖິ່ນ ເຊັ່ນ: ຫ້ວຍຮ່ອຍ, ສົບຈຳ, ສົບກ້ອງ ແລະ ເມືອງງອຍ ຫລັງຈາກນັ້ນພວກເຮົາຈະຂຶ້ນເຮືອລົງມາ ໜອງຂຽວ ເພື່ອພັກຢູ່ດອກຈຳປານິເວີວິລລາ ອີກ 1 ຄືນ. ລວມອາຫານທ່ຽງແລະອາຫານແລງ. (ຫຼືພັກຢູ່ບ້ານທ້ອງຖິ່ນໃນ ຫ້ວຍຮ່ອຍ) |
ມື້ທີ3 | ທາງເລືອກທີ 1: ພັກຢູ່ດອກຈຳປານິເວີວິລລາ
ຫລັງຈາກກິນເຂົ້າເຊົ້າແລ້ວ ຂຶ້ນລົດຕູ້/ລົດສ່ວນຕົວກັບຄືນ ຫລວງພະບາງ ທາງເລືອກທີ 2: ພັກຢູ່ບ້ານທ້ອງຖິ່ນໃນ ຫ້ວຍຮ່ອຍ ຫລັງຈາກກິນເຂົ້າເຊົ້າແລ້ວ ຂຶ້ນເຮືອຊ້າໆລົງມາ ໜອງຂຽວ ແລ້ວຂຶ້ນລົດຕູ້/ລົດສ່ວນຕົວກັບຄືນ ຫລວງພະບາງ. |