ແຄມປິ້ງຢູ່ຈຸດຊົມວິວ ຜາກິ່ວລົມ
2ມື້ 1ຄືນ : ແຄມປິ້ງຢູ່ຈຸດຊົມວິວ ຜາກິ່ວລົມ
ຜາທີ່ສູງທີ່ສຸດໃນເມືອງງອຍ
ໜອງຂຽວ (ຫຼວງພະບາງ)
| ມື້ | ກິດຈະກຳ |
|---|---|
| ມື້ທີ 1 | ຮັບຈາກໂຮງແຮມເວລາ 8:00-8:30 ໂມງເຊົ້າ ຂັບລົດໄປ ໜອງຂຽວ ແລ້ວຕໍ່ດ້ວຍລົດຕຸກຕຸກຈາກສະຖານີລົດເມ ເພື່ອໄປກິນເຂົ້າທ່ຽງທີ່ຮ້ານອາຫານດອກຈຳປາ ຫລັງຈາກນັ້ນລົດຕຸກຕຸກຈະພາໄປຫ້ອງການ ເພື່ອກຽມພ້ອມສຳລັບການຍ່າງປ່າໄປ ຜາກິ່ວລົມລົມ ຈຸດຊົມວິວສູງສຸດສຳລັບເບິ່ງທິວທັດແບບພາໂນຣາມາ ຊົມຕາເວັນຕົກ ແລະ ກິນເຂົ້າແລງ. ມີບໍລິການພັກຄ້າງຄືນແບບຕັ້ງແຄ້ມ. |
| ມື້ທີ2 | ຕື່ນເຊົ້າມາເບິ່ງທິວທັດໝອກສວຍງາມຈາກໃນເຕັ້ນ. ດື່ມຊາ ກາເຟ ແລະ ກິນເຂົ້າໜົມ ແລ້ວເດີນທາງກັບຄືນ ຫລວງພະບາງ ໃນເວລາ 10:30 ໂມງເຊົ້າ ດ້ວຍລົດເມສາທາລະນະ ແລະ ການເດີນທາງຈະສິ້ນສຸດທີ່ສະຖານີລົດເມ ໂຊກປະເສີດ ປະມານເວລາ 14:00 – 14:30 ໂມງ. |