ພວກເຮົາແມ່ນໃຜ ?

ກ່ຽວກັບພວກເຮົາ

” ຍິນດີຕ້ອນຮັບສູ່ Dokchampa Travel Company”

Dokchampa Travel ແມ່ນບໍລິສັດທ່ອງທ່ຽວທີ່ມີຄວາມຊ່ຽວຊານດ້ານການທ່ອງທ່ຽວຜະຈົນໄພ ແລະ ທ່ອງທຽວທາງທຳມະຊາດໃນລາວ.

ດ້ວຍປະສົບການຫຼາຍກວ່າ 10 ປີ, ພວກເຮົາຈຶ່ງມອບປະສົບການການທ່ອງທ່ຽວທີ່ຫຼາກຫຼາຍ, ຕັ້ງແຕ່ການຍ່າງປ່າ ແລະ ຕັ້ງແຄມ, ໄປຈົນເຖິງການປີນຜາແລະ ຊົມທິວທັດທຳມະຊາດອັນງົດງາມ, ທົວທຸກທົວໄດ້ຮັບການອອກແບບມາຢ່າງລະອຽດ ເພື່ອຊ່ວຍໃຫ້ທ່ານສຳພັດກັບຄວາມງົດງາມຂອງປະເທດລາວໄດ້ຢ່າງແທ້ຈິງ, ພ້ອມດ້ວຍບໍລິການທີ່ເປັນມິດ ແລະ ເປັນມືອາຊີບ.

ພັນທະກິດຂອງພວກເຮົາ

ພວກເຮົາຕັ້ງໃຈ ທີ່ຈະມອບປະສົບການ ການເດີນທາງທີ່ໜ້າຈົດຈຳ, ປອດໄພ ແລະ ມີຄຸນຄ່າໃຫ້ກັບລູກຄ້າທຸກຄົນ. 

ແມ່ນຫຍັງທີ່ເຮັດໃຫ້ພວກເຮົາພິເສດ?

“ສຳຫຼວດຄວາມຊ່ຽວຊານຂອງພວກເຮົາ”

ມີຄວາມຊ່ຽວຊານ ແລະ ຄວາມຮູ້ໃນທ້ອງຖິ່ນ ພ້ອມແຜນການເດີນທາງທີ່ອອກແບບມາຍ່າງດີ ແລະ ພິຖີພິຖັນ.

ບໍລິການທີ່ເປັນກັນເອງ ແລະ ປັບໃຫ້ເໝາະກັບແຕ່ລະບຸກຄົນ, ຄຸ້ມຄ່າໂດຍບໍ່ມີຄ່າໃຊ້ຈ່າຍແອບແຟງ

ການທ່ອງທ່ຽວຢ່າງຍັ່ງຍືນ ແລະ ມີຄວາມຮັບຜິດຊອບ